ບົດຮຽນ


ແບ່ງປັນບົດຮຽນ

 

ວິທີການໃຊ້ Study, Learn, Educated

+ Study (v.) ແປວ່າ ຮຽນໝາຍເຖິງການຮຽນໜັງສືອາດຈະຮູ້ເລື່ອງ ຫຼື ບໍ່ຮູ້ເລື່ອງ ຮຽນຈົບ ຫຼື ບໍ່ຈົບກໍ່ໄດ້ ເຊັ່່ນ:

-He studied in Stand ford university five year ago: ລາວໄດ້ຮຽນຢູ່ມະຫາວິທະຍາໄລ ສະແຕນ ຟອດ ເມື່ອ5ປີທີ່ແລ້ວ

+ Learn (v.) ແປວ່າ ຮຽນ” ໝາຍເຖິງກາານຮຽນໜັງສື (ມີຄວາມໝາຍເລິກກວ່າ Study ) ຄືເປັນການຮຽນຮູ້ຄໍາວ່າ ຄໍານີ້ເປັນແບບໃດ? ເປັນກິລິຍາ ຫຼື ນາມ ເພາະສະນັ້ນຈະໄດ້ເຫັນຢ່າງຊັດເຈນວ່າ Learn ຈະໃຫ້ໃນຄວາມໝາຍວ່າ ຮຽນໜັງສືແບບທໍາມະດາບໍ່ໄດ້ ເຊັ່ນ:

-I have learnt English for two years: ຂ້ອຍໄດ້ຮຽນພາສາອັງກິດມາແລ້ວເປັນເວລາ2ປີ

ແລະ ບາງຄັ້ງອາດໃຊ້ໃນຄວາມໝາຍວ່າ ຮູ້” ເຊັ່ນ:

-He learn the meaning of the Buddha’s words.: ລາວຮູ້ຄວາມໝາຍຂອງຄໍາສອນພຣະພຸດທະເຈົ້າ(ໄດ້ດີ)

+(be) Educated (v.) ແປວ່າ ຮຽນ” ຄວາມໝາທີ່ແທ້ຈິງຂອງຄໍານີ້ກໍ່ຄື ໄດ້ຮັບການສຶກສານັ້ນເອງ ກິນຄວາມໝາຍກວ້າງກວ່າການຮຽນທົ່ວໄປ ເຊັ່ນ:

-She was educated in the United States.: ລາວໄດ້ຮັບການສຶກສາທີ່ສະຫາລັດ


ความคิดเห็น

โพสต์ยอดนิยมจากบล็อกนี้

ການຮຽນກ່ຽວກັບTenseພາສາອັງກິດ